|
|
|

ທ່ານ ສັງຄົມ ຈັນສຸກ |
ບໍລິສັດ ສັນຕິພາບ ສັງກະສີລາວ ຈຳກັດ (SKL) ແຕ່ກ່ອນຊື່ວ່າ:
ໂຮງງານ ສັງກະສີລາວ ສ້າງຕັ້ງຂື້ນໃນປີ 1973,
ຕໍ່ມາປ່ຽນຊື່ເປັນ ໂຮງງານ ສັນຕິພາບ ສັງກະສີລາວ
ຕັ້ງແຕ່ ປີ 1989-2005 ດ້ວຍທຶນຈົດທະບຽນ 5,500
ລ້ານກີບ ຫຼື ປະມານ 5 ແສນໂດລາ ສະຫະລັດ, ເປັນໂຮງງານທີ່ຮ່ວມມືລະຫວ່າງ
ເອກະຊົນລາວ ແລະ ຕ່າງປະເທດ ເຊັ່ນ: ໄທ ແລະ ຍີ່ປຸ່ນ.
ຈົນມາເຖິງຕົ້ນປີ 2005 ຈຶ່ງປ່ຽນຊື່ມາເປັນ ບໍລິສັດ
ສັນຕິພາບ ສັງກະສີລາວ ຈຳກັດ, ດ້ວຍຮູບການລົງທຶນພາຍໃນ
100% ໂດຍເພີ່ມທຶນຈົດທະບຽນ ຈາກເມື່ອກ່ອນເປັນ 11,000
ລ້ານກີບ ຫຼື ປະມານ 1 ລ້ານໂດລາ ສະຫະລັດ.
|
|
ມາເຖິງກາງປີ 2008 ບໍລິສັດ ໂຄເຊັບໂກລາວ ຈຳກັດ (CSL)
ເຊິ່ງເປັນບໍລິສັດໃນເຄືອດຽວກັນ ເປັນບໍລິສັດນຳເຂົ້າ
ແລະ ສົ່ງອອກ ວັດສະດຸກໍ່ສ້າງ ໄດ້ຮວມເຂົ້າເປັນ
ບໍລິສັດ ດຽວກັນກັບ ບໍລິສັດ ສັນຕິພາບ ສັງກະສີລາວ
ຈຳກັດ, ໃນປະຈຸບັນເປັນ 11,922,000 ກີບ (ໜື່ງໝື່ນໜື່ງພັນເກົ້າຮ້ອຍຊາວສອງລ້ານກີບ)
ຫຼື ປະມານ 1,100,000 ໂດລາສະຫະລັດ (ໜື່ງລ້ານໜື່ງແສນ
ໂດລາສະຫະລັດ). |
|
|
ບໍລິສັດ ໄດ້ຜະລິດແຜ່ນເຫຼັກ
ເຄືອບສັງກະສີ ຢ່າງຕໍ່ເນື່ອງ, ໂດຍໄດ້ນຳແຜ່ນເຫຼັກເປັນມ້ວນຈາກປະເທດຍີ່ປຸ່ນ,
ແລະ ໄທ ແລ້ວ ມາທຳການເຄືອບສັງກະສີ ດ້ວຍກຳມະວິທີ ແລະ
ເຕັກໂທໂລຊີ ອັນທັນສະໄໝ ຈາກປະເທດຍີ່ປຸ່ນ,
ຕະຫຼອດຈົນໄດ້ວ່າຈ້າງຜູ້ຊ່ຽວຊານ ຈາກຕ່າງປະເທດ ເຊັ່ນ:
ຍີ່ປຸ່ນ ແລະ ໄທ ມາເປັນທີ່ປຶກສາທາງດ້ານ ເຄື່ອງຈັກ
ແລະ ການຜະລິດ ທັງນີ້ກໍ່ເພື່ອໃຫ້ໄດ້ຜະລິດຕະພັນທີ່ມີ
ຄຸນນະພາບສູງ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ຊົມໃຊ້. |

ສຳນັກງານໃຫຍ່ |
|
|
|
|
ໂຄງຮ່າງບໍລິສັດ |
|
 |
|
|