ໜ້າຫຼັກ

 ສັງກະສີລາວ
 ບົດຫຍໍ້ບໍລິສັດ
 ຜະລິດຕະພັນ
 ກຳມະວິທີການຜະລິດ
 ທີ່ຕັ້ງ SKL

 
 
 

ຜະລິດຕະພັນ



 

ຫີນປູນ

ຫີນປູນບົດ

 
 
 

 

 

    ກຳມະວິທີການຜະລິດ

   ສັງກະສີແຜ່ນລຽບ ແລະ ແຜ່ນຮ່ອງ "ກາຫ່ານ" ເປັນຜະລິດຕະພັນຂອງບໍລິສັດທີ່ມີຄຸນນະພາບສູງ ແລະ ເປັນທີ່ ນິຍົມຊົມຊອບມາຕັ້ງແຕ່ດຶກດຳບັນ ເພາະວ່າເປັນຜະລິດຕະພັນ ແລະ ເຄື່ອງໝາຍການຄ້າທີ່ນັກທຸລະກິດຊາວ ຍີ່ປຸ່ນ ກໍ່ຕັ້ງຂຶ້ນຢູ່ໃນລາວມາໄດ້ຫຼາຍສິບປີ, ຈຶ່ງເປັນທີ່ຮູ້ຈັກຂອງປະຊາຊົນລາວມາໂດຍຕະຫຼອດ.


 

ແຜ່ນເຫຼັກເປັນມ້ວນ (Cold rolled steel sheet in coil) ຈະຖືກນຳມາຕັດ ຕາມຂະໜາດທີ່ລູກຄ້າຕ້ອງການ, ແລ້ວຈະນຳໄປລ້າງນ້ຳກົດອອກ ດ້ວຍ ນ້ຳຮ້ອນ ທີ່ມີອຸນນະພູມ ແຕ່ 60 - 80C°, ແລ້ວຈຶ່ງຖືກສົ່ງໄປເຄືອບໃນໝໍ້ ເຊິ່ງໄດ້ຄວບຄຸມສ່ວນປະສົມຂອງແຮ່ທາດຕ່າງໆໄວ້ຢ່າງເໝາະສົມ, ແຜ່ນເຫຼັກ ຈະຖືກເຄືອບດ້ວຍທາດສັງກະສີ ທັງ ສອງຂ້າງພ້ອມກັນ ດ້ວຍອຸປະກອນພິເສດ ຫຼື ເອີ້ນວ່າ: "Coating roll" ພ້ອມກັບເຮັດດອກ (Spangle) ຫຼັງຈາກນັ້ນ ແຜ່ນເຫຼັກຈະຖືກສົ່ງໄປລົງບໍ່ນ້ຳ

ເພື່ອຫຼຸດອຸນນະພູມ ແລ້ວສົ່ງລົງໄປຜ່ານອ່າງນ້ຳຢາກັນຄວາມຊື້ນ ຫຼື ເອີ້ນວ່າ: "Sodium chromed tank" ຈາກນັ້ນແຜ່ນເຫຼັກຈະຖືກສົ່ງໄປຕາມລາງ ແລ້ວເປົ່າດ້ວຍລົມ ປັບຄວາມລຽບດ້ວຍເຄື່ອງ Tension Leveller ແລ້ວ ຈຶ່ງກວດກາດ້ວຍ Q.C ກ່ອນປະທັບຕາເຄື່ອງໝາຍການຄ້າ "ກາຫ່ານ"

ແຜ່ນເຫຼັກທີ່ຖືກເຄືອບສັງກະສີ ແລະ ປະທັບຕາເຄື່ອງໝາຍການຄ້າແລ້ວ ຈະຖືກນຳໄປເກັບໄວ້ເປັນແຜ່ນລຽບ ແລະ ຢຽບຮ່ອງໄວ້ຄອຍບໍລິການລູກຄ້າ.

 

 » ຄົ້ນຫາຜ່ານ Google:


 » ຕົວແທນຈຳໜ່າຍ

ນະຄອນຫຼວງວຽງຈັນ
ບໍລິຄຳໄຊ
ຄຳມ່ວນ
ສະຫວັນນະເຂດ
ຈຳປາສັກ
ອັດຕະປື
ຜົ້ງສາລີ
ຫຼວງນ້ຳທາ
ອຸດົມໄຊ
ຫຼວງພະບາງ
ຫົວພັນ
ໄຊຍະບູລີ
ຊຽງຂວາງ
ແຂວງວຽງຈັນ

 

ຕິດຕໍ່ພວກເຮົາ


Tel: (+856-21) 413325, 450503, Fax: 414119
E-mail: info@sangkasi.la


santiphabsangkasilao

 

 

 
 
 

Copyright ® 2010 Santiphab Sangkasi Lao Company Limited (SKL). All rights reserved.
Created by :
www.mahasan.com